ກ່ອນ​ໜ້າ​ນັ້ນ, ທັງ​ປີ 2025, ຍອດ​ວົງ​ເງິນ​​ບັນ​ລຸ 2,98 ຕື້ USD, ເພີ່ມ​ຂຶ້ນ 32,7% ເມື່​ອ​ທຽບ​ໃສ່​ກັບ​ປີ 2024. ນ​ີ້​ແມ່ນ​ຕົວ​ເລກ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ຢັ້ງ​ຢືນ​ທ່າ​ຟື້ນ​ຟູ​ຢ່າງ​ແຮງ ແລະ ໝາ​ກ​ຜົນ​ທີ່​ຕັ້ງ​ໜ້າ​ຈາກ​ບັນ​ດາ​ນະ​ໂຍ​ບາຍ. ຕີ​ລາ​ຄາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ລາວ ໃຫ້​ຮູ້​ວ່າ:

ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ ພວມ​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນການ​ແລກ​ປ່ຽນ​ຄ້າ​ຂາຍ, ສິນ​ຄ້າ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ, ຄວາມ​ດູ່ນ​ດ່ຽງ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ມີ​ຄວາມ​ເທົ່າ​ທຽບ​ກັນ​ພໍ​ສົມ​ຄວນ ແລະ ເປັນ​ປົກ​ກະ​ຕິ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ແລະ ຍາວ​ນານ.