ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານພົນ​ເອກ ຟານ​ວັນ​ຢາງ, ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ຢູ່ກອງ​ປະ​ຊຸມພົບ​ປະ​ສອງ​ຝ່າຍ​ກັບ​ຄູ່ຕຳ​ແໜ່ງແຫ່ງ ສ​ປ​ປ. ລາວ, ທ່ານພົນ​ເອກ ຄຳ​ລຽງ​ ອຸ​ທະ​ໄກ​ສອນ, ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ກໍ​ລະ​ກົດ, ໃນ​ຂອບ​ເຂດ​ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 3 ຢູ່​ແຂວງ ເງະ​ອານ ຫວຽດ​ນາມ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ພົນ​ເອກ ຟານ​ວັນ​ຢາງງ​ສະ​ເໜີ​ໃຫ້​ສອງ​ຝ່າຍ ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນຂ່າວ​ສານ, ສະ​ພາບ​ການ, ລາດ​ຕະ​ເວນ​ສອງ​ຝ່າຍ, ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ; ທະ​ວີ​ຄູນ​ຮູບ​ແບບ​ແຮກ​ສ່ຽວ ຄ້າຍ​ທະ​ຫານ​ປ້ອ​ງ​ກັນ​ຊາຍ​ແດນ ແລະ ກຸ່ມ​ຊຸມ​ຊົນ​ຢູ່​ສອງ​ຟາກ​ຊາຍ​ແດນ. ພ້ອມ​ດຽວ​ກັນ​ນັ້ນ, ສຸມ​ໃສ່​ຮັກ​ສາ​ການ​ຮ່ວມ​ມື​ບຳ​ລຸງ​ກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ການ​ຄ້າ​ເສ​ນາ​ຮັກ; ປຶກ​ສາ​ຫາ​ລື​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ກົນ​ໄກ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຢູ່​ພາກ​ພື້ນ ແລະ ສາ​ກົນ…

ສ່ວນ​ທ່ານ​ພົນ​ເອກ ຄຳ​ລຽງ​ ອຸ​ທະ​ໄກ​ສອນ ເນັ້ນ​ໜັກ​ວ່າ ປີ 2027 ແມ່ນ​ປີ​ພິ​ເສດ​ຂອງ​ສອງ​ປະ​ເທດ, ປີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (05/09/1962 – 05/09/2027) ຄົບ​ຮອບ 65 ປີ ແລະ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ ຄົບ​ຮອບ 50 ປີ (18/07/1977 – 18/07/2027). ດັ່ງ​ນັ້ນ, 2 ຝ່າຍ​ຕ້ອງ​ສົມ​ທົບ​ກັນ​ຈັດຫຼາຍ​ກິດ​ຈະ​ກຳ​ພົບ​ປະ​ແລກ​ປ່ຽນ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ເຫດ​ການ​ນີ້.

ເລ​ເຟືອງ