ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ພິຈາລະນາເລື່ອງສ້າງຕັ້ງກົນໄກຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນໃນບັນດາເວທີປາໄສຫຼາຍຝ່າຍ. ຫວຽດນາມ ກໍປາດຖະໜາວ່າ Mauritania ຈະກາຍເປັນຂົວຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟະລິກາ (AU) ຢ່າງແທ້ຈິງ. ກ່ຽວກັບດ້ານເສດຖະກິດ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການສົ່ງເສີມການຄ້າ, ການລົງທຶນ, ເປີດປະຕູຕະຫຼາດ ແລະ ຂຸດຄົ້ນກຳລັງບົ່ມຊ້ອນການຮ່ວມມືກັນໃນບັນດາຂົງເຂດຄື ສິນໃນນໍ້າ, ພະລັງງານ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ Mauritania ກ່ຽວກັບປະສົບການຫັນເປັນທັນສະໄໝ, ຫັນເປັນດີຈີຕອນໃນການເຄື່ອນໄຫວຂອງລັດຖະບານ.
ສ່ວນທ່ານ Moctar Al Housseynou Lam ລັດຖະມົນຕີ, ເລຂານຸການໃຫຍ່ລັດຖະບານ Mauritania ຢັ້ງຢືນວ່າ Mauritania ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ທ່ານຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ.
ກໍໃນວັນດຽວກັນ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ຕ້ອນຮັບທ່ານລັດຖະມົນຕີ, ເລຂານຸການໃຫຍ່ລັດຖະບານ Mauritania ເຊັ່ນດຽວກັນ. ໃນການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື ກະສິກຳ, ການສຶກສາ, ສາທາລະນະສຸກ, ສິນໃນນ້ຳ ແລະ ການລົງທຶນ.
