ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ພວມຍູ້ແຮງການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເປັນກຳລັງໜູນສຳຄັນເພື່ອຍົກສູງກຳລັງແກ້ງແຍ້ງ, ຊຸກຍູ້ການພັດທະນາຢ່າງວ່ອງໄວ, ຍືນຍົງ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ຍ້ອນແນວນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ ທ່ານ Eric Schmidt ແລະ ບັນດານັກຊ່ຽວຊານສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງວິໄສທັດ, ນະໂຍບາຍ ແລະ ລະບົບຊີວະພາບພັດທະນາປັນຍາປະດິດ; ເຊື່ອມຕໍ່ບັນດາແຫຼ່ງກຳລັງສາກົນ, ວິສາຫະກິດເຕັກໂນໂລຢີ, ກອງທຶນລົງທຶນ, ສະຖາບັນຄົ້ນຄວ້າ ແລະ ນັກຊ່ຽວຊານແຖວໜ້າໂລກ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ພັດທະນາບຸກຄະລາກອນ, ວິສາຫະກິດເຕັກໂນໂລຢີ ແລະ ກຳລັງນະວັດຕະກຳ.
ສ່ວນທ່ານ Eric Schmidt ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮັບຊາບກ່ຽວກັບບັນດາຂໍ້ລິເລີ່ມການຮ່ວມມືກ່ຽວກັບປັນຍາປະດິດ ທີ່ພວມຜັນຂະຫຍາຍຢູ່ ຫວຽດນາມ, ທ່ານ Eric Schmidt ຢັ້ງຢືນວ່າ ບັນດານັກຊ່ຽວຊານ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາປັນຍາປະດິດ ແລະ ຍົກສູງກຳລັງນະວັດຕະກຳ.
