​ຕອນ​ບ່າຍວັນ​ທີ 13 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລເຕັກ​ໂນ​ໂລ​ຊີ Auckland, ນະ​ຄອນ Auckland, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ​ການສຶກ​ສາ​ວິ​ຊາຊີບ ຫວຽດ​ນາມ-ນິວ​ຊີ​ແລນ ປີ 2026 ດ້ວຍ​ຫົວ​ຂໍ້ “ສ້າງ​ອະ​ນາ​ຄົດ​ລວມ: ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ນະ​ວັດ​ຕະ​ກຳ ແລະ ທັກ​ສະ​ໃຫ້​ແກ່​ອະ​ນາ​ຄົດ”.

ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ:

ຊຸກ​ຍູ້​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ, ນະ​ວັດ​ຕະ​ກຳ ແລະ ຖ່າຍ​ທອດ​ພູມ​ປັນ​ຍາ. ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຕ້ອງ​ກາຍ​ເປັນ​ສູນ​ປະ​ດິດ​ຄິດ​ສ້າງ​ພູມ​ປັນ​ຍາ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ສ້າງ​ບັນ​ດາ​ກຸ່ມ​ຄົ້ນ​ຄ້​ວາ​ລວມ, ຫຼັກ​ສູດ​ແນະ​ນຳ​​ນັກ​​​ຄົ້ນ​ຄ້​ວາ​ປະ​ລິນ​ຍາ​ເອກຮ່ວມກັນ, ໂຄງ​ການ​ນະ​ວັດ​ຕະ​ກຳ ແລະ ກົນ​ໄກ​ນຳ​ໝາກ​ຜົນ​ການ​ຄົ້ນ​ຄ້​ວາ​ເຂົ້າ​ສູ່​ຕົວ​ຈິງ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ວິ​ຊາ​ຊີບ ແລະ ພັດ​ທະ​ນາ​ທັກ​ສະ.

ໃນ​ວັນ​ດຽວ​ກັນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດ​ຂອງ ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້ພ້ອມ​ກັບ​ທ່ານ Winston Peters ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ ​ໄດ້ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ນິວ​ຊີ​ແລນ ຄັ້ງ​ທີ 4(FMM-4).