ບັນຍາກາດການເຮັດວຽກ (ພາບ: quochoitv.vn)

ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ດ້ວຍຖານະເປັນສະມາຊິກຂອງ IPU ນັບແຕ່ປີ 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເປັນເຈົ້າການ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ; ໄດ້ເປັນເຈົ້າພາບຈັດຫຼາຍເຫດການໃຫຍ່ຂອງ IPU ຢ່າງສຳເລັດຜົນ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍຖືການເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນການເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍຂອງສະພາແຫ່ງຊາດ ເພື່ອແນໃສ່ປະກອບສ່ວນພ້ອມກັບບັນດາລັດຖະສະພາສະມາຊິກປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂບັນດາບັນຫາຮີບດ່ວນຂອງໂລກໃນປັດຈຸບັນ, ມຸ່ງໄປເຖິງການບັນລຸໄດ້ບັນດາເປົ້າໝາຍລວມຂອງ IPU ກ່ຽວກັບສັນຕິພາບ, ປະຊາທິປະໄຕ ແລະ ວັດທະນາຖາວອນ.

ສ່ວນທ່ານນາງ Tulia Ackson, ປະທານສະຫະພັນລັດຖະສະພາສາກົນ IPU ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU, ພິເສດໃນການຈັດຕັ້ງສຳເລັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຜ່ານມາ. ທ່ານນາງ Tulia Ackson ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນໃນບັນດາເຫດການລວມຂອງ IPU ໃຫ້ແໜ້ນແຟ້ນກວ່າອີກ.

ແອັງຕວັນ - ນັກຂ່າວ VOV ປະຈຳ ຝລັ່ງ.