ວັນ​ທີ 11 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ໂອ້​ລົ​ມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ສະ​ວິດ Guy Parmelin. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ​ສະ​ວິດ; ທ່ານ​ປາດ​ຖະ​ໜາ​ຢາ​ກ​ສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄດ້​ສ້າງ​ຕັ້ງ​ເມື່ອ​ເດືອນ​ມັງ​ກອນປີ 2025 ເລິກ​ເຊິ່ງກວ່າ​ອີກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ ຫວຽດ​ນາມ ຖື​ສະ​ວິດ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ຫວຽດ​ນາມ ຢູ່​ເອີ​ລົບ ແລະ ປາດ​ຖະ​ໜາ​ຢາກ​ໃຫ້ສະ​ວິດ​ສືບ​ຕໍ່​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ຂອງ ຫວຽດ​ນາມ.

ສ່ວນ​ທ່ານປະ​ທາ​ນາ​ທິ​ບໍ​ດີ Guy Parmelin ເນັ້ນ​ໜັ້ກ​ວ່າ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ໂດຍ​ໄວ ແລະ ຮອບ​ດ້ານ​ຂອງ ຫວຽດ​ນາມ ໄດ້​ສ້​າງ​ຄວາມ​ປ​ະ​ທັບ​ໃຈ​ຢ່າງ​ແຮງ​ຕໍ່​ໂລກ, ທ່ານ​ຢັ້ງ​ຢືນ​ສະ​ວິດ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່.