ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori (ພາບ: danviet.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນຄືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ, ສຳຄັນແຖວໜ້າ, ຍາວນານ ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງສູງໃນນະໂຍບາຍທາງການທູດ ຂອງ ຫວຽດນາມ.

ສ່ວນທ່ານ ປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ໄດ້ຢັ້ງຢືນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍເພື່ອຮັບປະກັນວ່າ ປະຊາຊົນ ຫວຽດນາມໝົດທຸກຄົນຈະໄດ້ຮັບການສັກວັກຊິນກັນໂຄວິດ - 19.

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ພົວພັນແລກປ່ຽນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສະມາຊິກລັດຖະສະພາສອງປະເທດ, ເປັນຕົ້ນແມ່ນ ສະມາຊິກໜຸ່ມ, ສະມາຊິກເພດຍິງ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ.