ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ຈະສະໜັບສະໜູນບົດບາດຂອງ ຄະນະປະຕິບັດງານຮັບຜິດຊອບການໜູນຊ່ວຍ ອີຣັກ ແລະ ພະນັກງານ ສປຊ ໃນການໜູນຊ່ວຍ ອີຣັກ ແກ້ໄຂສິ່ງທ້າທາຍໃນປັດຈຸບັນຢ່າງແຮງ.

ກ່ຽວກັບບັນຫາຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ສະແດງຄວາມວິຕົກກັງວົນກ່ຽວກັບເຫດບຸກໂຈມຕີກໍ່ການຮ້າຍຕ່າງໆທີ່ເກີດຂຶ້ນໃນຊຸມເດືອນມໍ່ໆມານີ້, ໃນນັ້ນ ມີເຫດລອບສັງຫານທີ່ບໍ່ປະສົບຜົນສຳເລັດສຳລັບທ່ານນາຍົກລັດຖະມົນຕີ ອີຣັກ; ພ້ອມທັງກ່າວປະນາມຢ່າງແຮງຕໍ່ການກໍ່ການຮ້າຍດ້ວຍທຸກຮູບແບບ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຶດໝັ້ນແກ້ໄຂຄວາມວິຕົກກັງວົນໂດຍຜ່ານລະບຽບການນິຕິກຳທີ່ພວມມີ, ພ້ອມທັງ ສ້າງສະພາບແວດລ້ອມທີ່ສະດວກເພື່ອຊຸກຍູ້ຄວາມປອງດອງສາມັກຄີຊາດ, ການເຈລະຈາໂດຍສັນຕິວິທີ ແລະ ມີລັກສະນະສ້າງສັນ.

ນັກຂ່າວ VOV ປະຈຳ ອາເມລິກາ.