ວັນທີ 5 ພຶດສະພາ, ໂດຍຕອບຄຳຖາມຂອງນັກຂ່່າວສະເໜີ ໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ກໍລະນີໃນເວລາຜ່ານມາ, ຈີນປະກາດໃຊ້ຄຳສັ່ງຫ້າມການຫາປາແຕ່ວັນທີ 1 ພຶດສະພາ ຫາວັນທີ 16 ສິ່ງຫາ, ຢູ່ບາງບໍລິເວນໃນ ທະເລຕາເວັນອອກ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫຼັກໝັ້ນຂອງ ຫວຽດນາມ ຕໍ່ບັນດາຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກແມ່ນສະເໝີຕົ້ນສະເໝີປາຍ, ໄດ້ຮັບການຢັ້ງຢືນຢ່າງຈະແຈ້ງໃນຫຼາຍປີຜ່ານມາ. ຫວຽດນາມ ຮຽກຮ້ອງຈີນເຄົາລົບນັບຖືອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະເຈື່ອງຊາ ສອດຄ່ອງກັບກົດໝາຍສາກົນ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ຕໍ່ບັນດາເຂດທະເລໄດ້ກຳນົດສອດຄ່ອງກັບສົນທິສັນຍາ ສປຊກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982); ເຄົາລົບນັບຖືສິດຂອງຊາວປະມົງຫວຽດນາມ ທີ່ມີການເຄື່ອນໄຫວຖືກຕ້ອງຕາມກົດໝາຍຢູ່ບັນດາເຂດທະເລຂອງ ຫວຽດນາມ ແລະ ບັນດາເຂດທະເລຢູ່ນອກສິດອຳນາດສານແຫ່ງຊາດສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ບໍ່ມີບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລໂດຍອີງຕາມກົດໝາຍຢູ່ທະເລຕາເວັນອອກ.
