ວັນ​ທີ 19 ສິງ​ຫາ,ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນະ​ຄອນ ນິວ​ຢອກ, ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ກ່ຽວ​ກັບ​ແບບ​ວິ​ທີການ​ເຮັດ​ວຽກ​ໂດຍ​ແດນ​ມາກ​ເປັນ​ເຈົ້າ​ພາບ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ເປັນ​ຈຳ​ນວນຫຼາຍ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານອ​ັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫ໋າຍ​ລຶວ ​ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ເນັ້ນ​ນັກວ່າ ​ການ​ປັບ​ປຸງແບບວິ​ທີ​ການ​ເຮັດ​ວຽກ​ແມ່ນຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ, ອິດ​ທິ​ພົນ​ຊື່​​ສຽງ ແລະ ຄວາມ​ສາ​ມາດ​ຮັບ​ມື​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກັບ​ບັນ​ດາ​ວິ​ກິດ​ການ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ. ຫວຽດ​ນາມ ເນັ້ນ​ໜັກ​ວ່າ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຕ້ອງຟື້ນ​ຟູ​ແກ້​ໄຂ​ຈຸດ​ອຸດ​ຕັນ​ກ່ຽວ​ກັບ​ການ​ປະຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ, ເພີ່ມ​ທະ​ວີ​ລັກ​ສະ​ນະ​ໂປ່ງ​ໃສ​ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ແທ້​ຈິງ, ​ໃຫ້​ຄຳປຶກ​ສາຕໍ່ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ຢ່າງ​ທັນ​ການ ແລະ ເປັນ​ປະ​ຈຳ, ເປັນ​ຕົ້ນ​ແມ່ນ​ໃນ​ວິ​ວັດ​ການ​ເລືອກ​ຕັ້ງ​ເລ​ຂາ​ທິ​ການ​ໃຫຍ່, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ທຸກ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເສີມ​ຂະ​ຫຍາຍ​ໄດ້​ບົດ​ບາດ​ເປັນປະ​ທານ, ສ້າງ​ບັນ​ດາເອ​ກະ​ສານ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ກໍ່​ຄື​ຮັບ​ປະ​ກັນ​ການ​ເຂົ້າ​ຮ່ວມທີ່​ເໝາະ​ສົມສຳ​ລັບ ​ບັນ​ດາ​ປະ​ເທດ​​ທີ່ມີ​ສ່ວນກ່ຽວ​ຂ້ອງໂດຍ​ກົງເຖິງ​ ວິ​ວັດ​ການ​ປຶກ​ສາ​ຫາ​ລື ແລະ ຮຽບ​ຮຽງ​ເອ​ກະ​ສານ. ຫວຽດ​ນາມ ກໍ່​ເນັ້ນ​ໜັກ​ວ່າ​ການ​ປັບ​ປຸງແບບວິ​ທີ​ການ​ເຮັດ​ວຽກ​ຕ້ອງ​ໄດ້​ຖື​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສັງ​ລວມ​ກ່ຽວ​ກັບ​ການ​ປ​ັບ​ປຸງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ມຸ່ງ​ໄປ​ເຖິງ​ກົນ​ໄກ​ທີ່​ມີ​ລັກ​ສະ​ນະ​ຕາງ​ໜ້າ, ມີ​ປະ​ສິດ​ທິ​ຜົນ​ສູງກວ່າ ແລະ ຕອບ​ສະ​ໜອງ​ພຶດ​ຕິ​ກຳ​ຕົວ​ຈິງ​ສາ​ກົນໄດ້​ເປັນ​ຢ່າງ​ດີກວ່າ​.