ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ພະ​ລັງ​ງານ APEC ຄັ້ງ​ທີ 16 (EMM-16) ໄດ້​ດຳ​ເນີນ​ໃນ​ວັນ​ທີ 10 – 11 ກັນ​ຍາ ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ປະ​ເທດ ຈີນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຫົວ​ຂໍ້ “ສ້າງ​ປະ​ຊາ​ຄົມ​ພະ​ລັງ​ງານ ອາ​ຊີ - ປາ​ຊີ​ຟິກ ນະ​ວັດ​ຕະ​ກຳ ແລະ ຮ່ວມ​ມື​ເພື່ອປະ​ຊາ​ຊົນ​ໝົດ​ທຸກ​ຄົນ”.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ຕັງ​ເທ້​ຮຸ່ງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດນາມ, ຮອງ​ຫົວ​ໜ້າ​ກົມ​ໄຟ​ຟ້າ (ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ) ໄດ້ຍົກ​ອອກການ​ສະ​ເໜີ​ຂອງ ຫວຽດ​ນາມ ໃນ 3 ຂົງ​ເຂດ​ຮ່ວມ​ມື, ລວມ​ມີ​ ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ນະ​ໂຍ​ບາຍ ແລະ ບັນ​ດາ​ພຶດ​ຕິ​ກຳ​ຕົວ​ຈິງທີ່ດີທີ່ສຸດ, ພິ​ເສດ​ແມ່ນ​ພະ​ລັງ​ງານ​ທົດ​ແທນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ພ​ະ​ລັງ​ງານ ແລະ ຫັນ​ຕາ​ໜ່າງ​ໄຟ​ຟ້າ​ເປັນ​ທັນ​ສະ​ໄໝ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່ ແລະ ລົງ​ທຶນ​ພາກ​ພື້ນ, ລວມ​ມີ ​ການ​ລະ​ດົມ​ແຫຼ່ງ​ການ​ເງິນສາ​ທາ​ລະ​ນະ ແລະ ເອ​ກະ​ຊົນ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານທີ່​ມີ​ຄວາມ​ສາ​ມາດ​ຮັບ​ມື ແລະ ປ່ອຍ​ອາຍ​ພິດ​ຕ່ຳ; ຮັບ​ປະ​ກັນ​ລັກ​ສະ​ນະ​ກວມ​ລວມ, ເພື່ອ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ພວມ​ພັດ​ທະ​ນາ ແລະ ບັນ​ດາ​ປະ​ຊາ​ຄົມທີ່​ມີ​ຄວາມ​ສ່ຽງ​ສູງ​ອາດ​ສາ​ມາດ​ເຂົ້າ​ເຖິງ​ພະ​ລັງ​ງານກັບ​ຄ່າ​ໃຊ້​ຈ່າຍ​ເໝາະ​ສົມ ແລະ ໄດ້ຊົມໃຊ້​ຜົນ​ປະ​ໂຫຍດ​ຈາກ​ບັນດາ​ເຕັກ​ໂນ​ໂລ​ຢີ​ໃໝ່.