ຕອນເຊົ້າວັນທີ 13 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ ອິນເດຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນຢູ່ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18 ດ້ວຍຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ, ການຮ່ວມມື ແລະ ພັດທະນາແບບຍືນຍົງ: ກຳນົດອະນາຄົດການເຕີບໂຕກວມລວມທົ່ວໂລກ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີເລມິງຮຶງ ຊີ້ແຈ້ງວ່າ: ຫວຽດນາມ ສະໜັບສະໜູນ ແລະ ປາດຖະໜາຢາກ BRICS ປະສານສົມທົບກັບບັນດາກົນໄກຫຼາຍຝ່າຍໃນພາກພື້ນໃຫ້ແໜ້ນແຟ້ນກ່ວາ, ລະຫວ່າງເຂດ ແລະ ທົ່ວໂລກປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ນຳມາເຊິ່ງກາລະໂອກາດພັດທະນາຢ່າງມີຄວາມສະເໝີພາບ ແລະ ຍືນຍົງໃຫ້ແກ່ທຸກປະເທດ, ເສີມຂະຫຍາຍບົດບາດໃຫຍ່ກວ່າໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມື, ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນຊອກຫາວິທີການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ, ຊຸກຍູ້ການປະຕິຮູບລະບົບຫຼາຍຝ່າຍຕອບສະໜອງຢ່າງຮອບດ້ານກວ່າ ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ. ຕີລາຄາສູງບັນດາບຸລິມະສິດ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ” ຂອງ BRICS 2026, ທ່ານນາຍົກລັດຖະມົນຕີ ສະເໜີ BRICS ຫັນຈາກການຮັບມືກັບບັນດາຜັນແປໄປຍັງຄວາມເປັນເຈົ້າການຍົກສູງການຮັບມື ແລະ ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງບັນດາພື້ນຖານເສດຖະກິດ; ສະກັດກັ້ນວິກິດການຢ່າງທັນການ ແລະ ມີຄວາມເປັນເຈົ້າການຮັບມືກັບບັນດາບັນຫາ, ເປັນຕົ້ນແມ່ນບັນດາຂົງເຂດເສດຖະກິດ, ການເງິນ ແລະ ບັນດາສິ່ງທ້າທາຍຂ້າມຊາຍແດນໃນປັດຈຸບັນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງກັບ BRICS ດ້ວຍຈິດໃຈຄວາມຮັບຜິດຊອບ, ເປັນມິດ ແລະ ການຮ່ວມມືຢ່າງແທ້ຈິງເພື່ອສ້າງອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ, ມີການພັດທະນາແບບຍືນຍົງ ແລະ ກວມລວມໃຫ້ແກ່ທຸກປະເທດ, ປະຊາຊົນໝົດທຸກຄົນ.
