ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ໂຢຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ລົງ​ທຶນສິ່ງ​ນີ້​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ເນັ້ນ​ໜັກ​ເມື່ອ​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR (ອິນ​ເດຍ) ແລະ ກຸ່ມ​ບໍ​ລິ​ສັດ ACME ໃນ​ວັນ​ທີ 12 ກັນ​ຍາ, ໃນ​ໂອ​ກາດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ຢູ່ New Delhi, ອິ​ນ​ເດຍ.

ທີ່​ການ​ຕ້ອນ​ຮັບ ທ່ານ Grandhi Mallikarjuna Rao ປະ​ທານ​ກຸ່ມ​ບໍ​ລິ​ສັດ GMR ແລະ ການ​ນຳ​ຂັ້ນ​ສູງ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ ເລື່ອງ ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ; ທ່ານ​ສະ​ເໜີ​ກຸ່ມ​ບໍ​ລິ​ສັດ ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ເໝາະ​ສົມ​ໃນ​ຂົງ​ເຂດ​ພັດ​ທະ​ນາ ແລະ ເຄື່ອນ​ໄຫວ​ສະ​ໜາມ​ບິນ, ຕົວ​ເມືອງ​ສະ​ໜາມ​ບິນ, ຂຸດ​ຄົ້ນ​ການ​ຄ້າ, ລະ​ບົບ​ນິ​ເວດ​ການ​ບໍ​ລິ​ການການ​ບິນ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ເຕັກ​ໂນ​ໂລ​ຢີ​ການ​ບິນ.

ທີ່​ການ​ຕ້ອນ​ຮັບ ທ່ານ Sanjay Dhawan, ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ ແລະ ​ບັນ​ດາການ​ນຳ​ຂັ້ນ​ສູງ ຂອງ​ກຸ່ມ​ບໍ​ລິ​ສັດ ACME, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່, ມີ​ຄວາມ​ສາ​ມາດ​ເຕັກ​ໂນ​ໂລ​ຢີ​ຂອງ​ອິນ​ເດຍ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເຊິ່ງ​ອິນ​ເດຍ​ອາດ​ຈະ​ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ​ເໝາະ​ສົມ​ກັບ​ທິດ​ທາງ​ດຶງ​ດູດ​ການ​ລົງ​ທຶນ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໃນ​ໂອ​ກາດ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Ngozi Okonjo-Iweala ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ກາ​ນ​ຄ້າ ໂລກ (WTO). ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປາ​ດ​ຖະ​ໜາ​ຢາກ WTO ສືບ​ຕໍ່​ຊຸກ​ຍູ້​ວິ​ວັດ​ການ​ປັບ​ປຸງ ແລະ ເປີດກວ້າງ​ໂຄງ​ການ​ດຳ​ເນີນ​ງານ​ໄປ​ຍັງ​ບັນ​ດາ​ຂົງ​ເຂດ​ໃໝ່​ຄື: ການ​ຄ້າ​ດີ​ຈີ​ຕອນ, AI, ການ​ຫັນ​ເປັນ​ສີຂຽວ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຄວາມ​ສາ​ມາດ​ຮັບ​ມື​ຂອງ​ລະ​ບົບ​ສະ​ໜອງ.

ສ່ວນ​ທ່ານນາງ Ngozi Okonjo-Iweala ຜູ້​ອຳ​ນວຍ​ການ​ໃຫຍ່ WTO ປາດ​ຖະ​ໜາ​ຢາກ ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ​ຕົນ ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນ, ຢັ້ງ​ຢືນ WTO ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ປາດ​ຖະ​ໜາ​ຢາກ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດ​ການ​ປະ​ຕິ​ຮູບ WTO ແລະ ວິ​ວັດ​ການ​ເຂົ້າ​ຮ່ວມ WTO ຂອງ​ບັນ​ດາ​ປະ​ເທດ​.