ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)
|
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈາ, ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ. ຜູ້ຕາງໜ້າ ຫວຽດນາມ ຢ້ຳຄືນຄວາມສະໜັບສະໜູນຕໍ່ມະຕິເລກທີ 2231 ແລະ JCPOA, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດບັນດາມະຕິ ແລະ ຂໍ້ຕົກລົງນີ້ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄວາມອົດກັ້ນ, ຫຼີກລ້ຽງບັນດາການກະທຳທີ່ກໍ່ຄວາມເສຍຫາຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ສຸມໃສ່ເຂົ້າໃນການໂອ້ລົມເຈລະຈາ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມໃນການສ້າງສະພາບແວດລ້ອມແຫ່ງການໂອ້ລົມເຈລະຈາ, ຮ່ວມມືທັງຢູ່ພາຍໃນ ແລະ ນອກ ສະພາຄວາມໝັ້ນຄົງ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນ ຕາເວັນອອກກາງ.

