ວັນ​ທີ 21 ກັນ​ຍາ, ສະ​ຖານ​ທູດ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ​ທີ່ພວມ​ລົງ​ທຶນ, ດຳ​ເນ​ີນ​ທຸ​ລະ​ກິດ​ຢູ່ ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ເຫດ​ການ ວັນ​ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ເຊີດ​ຊູ ອາ​ຊຽນ: ສາ​ມັກ​ຄີ, ສັນ​ຕິ​ພາບ ແລະ ວັດ​ທະ​ນະ​ທຳຫຼາຍ​ຮູບ​ແບບ”. ເຂົ້າ​ຮ່ວມ​ເຫດ​ການ, ສະ​ຖານ​ທູດ ຫວຽດ​ນາມ ໄດ້​ຈັດ​ຮ້າ​ນໂຄ​ສະ​ນາ, ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນຫັດ​ຖະ​ກຳສິ​ລະ​ປະ​ພື້ນ​ເມືອງ, ຮູບພາບ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ຜະ​ລິດ​ຕະ​ພັນ​ໃຊ້​ສວຍ​ຈຳ​ນວນ​ໜຶ່ງ. ການ​ເຂົ້າ​ຮ່ວມ​ຂອງ​ສະ​ຖານ​ທູດ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່​ເຫດ​ການ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ - ປະ​ຊາ​ຊົນ​ໃນ​ອາ​ຊຽນ, ປະ​ກອບ​ສ່ວນ, ສະ​ໜິດຕິດ​ພັນ, ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ເຄື່ອງ​ໝາຍ​ຫວຽດ​ນາມ ​ເຖິງ​ມະ​ຫາ​ຊົນ ແລະ ໄວ​ໜຸ່ມ ກຳ​ປູ​ເຈຍ.