ງາ​ນ​ມະ​ໂຫລານ​ສາຍ​ຮູບ​ເງົາ ອາ​ຊຽນ + 3 ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 7 ກັນ​ຍາ​ຢູ່​ນະ​ຄອນຫຼວງ ປ​ຣາ​ຮາ, ສ.ເຊັກ​ໂກ. ນີ້​ແມ່ນ​ວັນ​ບຸນ​ຮູບ​ເງົາ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 9 ປະ​ເທດ​, ລວມ​ມີ: ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽ​ນ​ມາ, ຟີ​ລິບ​ປິນ, ໄທ, ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ.

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ Jiří Bubeníček ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ສ.ເຊັກ​ໂກ ໄດ້​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຈັດ​ຕັ້ງ​ສັບ​ປະ​ດາ​ສາຍ​ຮູບ​ເງົາ ອາ​ຊຽນ; ເນັ້ນ​ໜັກ​ວ່າ​ເຫ​ດ​ການ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ນຳ​ກັນ, ຜ່ານ​ນັ້​ນ​ຊ່ວຍ​ປະ​ຊາ​ຊົນ​ເຊັກ​ໂກ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ​ຊີ ​ທີ່ພວມ​​ພັດ​ທະ​ນາ​ຢ່າງ​ແຮງ.

ໂດຍ​ແບ່ງ​ປັນ​ກັບ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ທ່ານ ເຢືອງ​ຮ່​ວາຍ​ນາມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ເຊັກ​ໂກ ໃຫ້​ຮູ້​ວ່າ​ນີ້​ເປັນ​ຄັ້ງ​ທີ 5 ທີ່ຄະ​ນະ​ກຳ​ມະ​ການ ອາ​ຊຽນ ພ້ອມ​ກັບ​ສະ​ຖານ​ທູດ​ສາມ​ປະ​ເທດ ອາ​ຊີ​ຄື: ຈີນ, ຍີ່​ປຸ່ນ ແລະ ສ:ເກົາຫຼີ​ ຈັດຕັ້ງ​ສັບ​ປະ​ດາດ​ສາຍ​ຮູບ​ເງົາ ອາ​ຊຽນ + 3.

ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ກະ​ກຽມ​ນັບ​ແຕ່​ຫົວ​ທີ ແລະ ນີ້​ກໍ່​ແມ່ນ​​ການ​ກະ​ກຽມ​​ເພື່ອໃຫ້​​ຫວຽດ​ນາມ​ຮັບ​ດຳ​ລົງ​ຕຳ​ແ​ຫນ່ງ​ເປັນ​ປະ​ທານ​ອາ​ຊຽນ​ນັບແຕ່​ເດືອນ​ມັງ​ກອນ ປີ 2027. ໃນ​ສັບ​ປະ​ດາ​ສາຍ​ຮູບ​ເງົາ​ອາ​ຊຽນ + 3 ຄັ້ງ​ນີ້, ຫວຽດ​ນາມ ໄດ້​ກະ​ກຽມຮູບ​ເງົາ 3 ເລື່ອງ,​ໃນ​ນັ້ນ ມີ​ 1 ຮູບ​ເງົາ​ສັນ ແລະ ສອງ​ຮູບ​ເງົາ​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ນັ້ນ​ແມ່ນ​ຮູບ​ເງົາ “ດິນ​ແດນ​ທາງ​ທິດ​ໃຕ້” ແລະ “ຝົນ​ແດງ”. ການ​ຈັດ​ຕັ້ງ​ສັບ​ປະ​ດາ​ສາຍ​ຮູບ​ເງົາ​ຈະ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຊັກ​ໂກ ເຂົ້າ​ໃຈ​​ກວ່າ​ກ່ຽວ​ກັບວັດ​ທະ​ນະ​ທຳ​ທີ່ຫຼາຍ​ຮູບ​ແບບ ກໍ່​ຄື​ຄວາມ​ງາມ​ຂອງບັນ​ດາ​ປະ​ເທດ​ອາ​ຊຽ​ນ ເວົ້າ​ລວມ ແລະ ຫວຽດ​ນາມ ເວົ້າ​ສະ​ເພາະ​.