ໂດຍ​ສື​ບ​ຕໍ່​ລາຍ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ, ວັນ​ທີ 12 ສິງ​ຫາ, ຄະ​ນະ​ປະ​ຕິ​ບັດ​ງານ​ໂດຍ​ທ່ານ​ພົນ​ໂທ ຫງວຽນ​ວັນເກົ໋າ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ຮອ​ງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການຊອກ​ຫາ, ທ້ອນ​ໂຮມ ແລະ ​ພິ​ສູດ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515ແຫ່ງ​ຊາດ) ນຳ​ໜ້າ, ມີ​ການ​ເຮັດ​ວຽກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Georgia (ຈໍ​ເຈຍ)ແລະ ສະ​ຖາ​ບັນ​ນິ​ຕິ​ເວບ ການ​ທະ​ຫານ​ແຖວ​ໜ້າ ອາ​ມ​ລິ​ກາ.

ທີ່​ການ​ເຮັດ​ວຽກ, ມີຫຼາຍ​ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ໄດ້​ສະ​ເໜີ, ພົ້ນ​ເດັ່ນ​ແມ່ນ​ລະ​ບົບ ຣາ​ດາທະ​ລຸ​ພື້ນ​ດິນ. ມະ​ຫາ​ວິ​ທະ​ຍາ​ໄລ ຈໍ​ເຈຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເປີດ​ບັນ​ດາ​ຊຸກ​ຝືກ​ອົບ​ຮົບ​ໃຫ້​ແກ່​ກຳ​ລັງ​ທ້ອນ​ໂຮມ ຫວຽດ​ນາມ ແລະ ແບ່ງ​ປັນ​ເອ​ກະ​ສານ​ແຜນ​ທີ່. ກ່ອນ​ໜ້າ​ນັ້ນ, ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ປະ​ຕິ​ບັດ​ການ​ສຳຫຼວດ ແລະ ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ຕົວ​ຈິງ​ຢູ່ ລະ​ບົບສັນ​ລະ​ສຸດ​ການ​ແພດ​ກຳ​ລັງ​ປະ​ກອບ​ອາ​ວຸດ ອາ​ເມລິ​ກາ (AFMES) ມີ​ສຳ​ນັກ​ງານ​ຢູ່​ລັດ Delaware.