ວັນທີ 15 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງສັນຕິພາບ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ຊົມເຊີຍເລື່ອງ ອາເມລິກາ ແລະ ອີຣານ ປະກາດບັນລຸໄດ້ຂໍ້ຕົກລົງສັນຕິພາບ. ພວກຂ້າພະເຈົ້າຕີລາຄາສູງບັນດາຄວາມມານະພະຍາຍາມຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງສະບັບນີ້. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລົງນາມ ແລະ ປະຕິບັດຂໍ້ຕົກລົງຢ່າງຄົບຖ້ວນໂດຍໄວ, ສ້າງເງື່ອນໄຂເພື່ອບັນລຸໄດ້ມາດຕະການຮອບດ້ານ, ຍືນຍົງ, ນຳມາເຊິ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ພາກພື້ນຕາເວັນອອກກາງ, ໃນນັ້ນ ມີຊ່ອງແຄບທະເລ Hormuz, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ, ເພື່ອຜົນປະໂຫຍດຂອງບັນດາປະເທດໃນພາກພື້ນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
