ໃນ​ການ​ຕ້ອນ​ຮັບ​ການ​ນຳ​ກຸ່​ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕີ​ລາ​ຄ​າ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ທີ່​ມີ​ປະ​ສົບ​ການ ແລະ ມີ​ກຳ​ລັງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ພູມ​ສັນ​ຖານ​ສັບ​ສົນ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດຢູ່ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ, ຫວຽດ​ນາມ ວາງ​ເປົ້າ​ໝາຍ​ສຸມ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານແຫ່ງ​ຊາດ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ກຸ​່ມ​ບໍ​ລິ​ສັດ​ນີ້​ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ຂົງ​ເຂດ​ສຳຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ ແລະ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ​ໄດ້​ຕ້ອນ​ຮັບ​ການ​ນຳ​ກຸ່​ມ​ບໍ​ລິ​ສັດ Larsen&Toubro, ການ​ນຳ​ກຸ່​ມ​ບໍ​ລິ​ສັດ Adani ແລະ ທ່ານ Jishnu Dev Varma ຜູ້​ວ່າ​ການ​ລັດ Maharashtra. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ປະ​ເທດ ໂຕ​ເລິມ ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ.

ວັນ​ຫຽວ