ຫວຽດນາມ ຈະພັດທະນາເຕັກໂນໂລຢີ Quantum ຜ່ານບັນດາໂຄງການຄົ້ນຄ້ວາ, ຖ່າຍທອດ ແລະ ໝູນໃຊ້ໃນຕົວຈິງ. ກ່າວຄຳເຫັນທີພິທີປຸກລະດົມ ຫວຽດນາມ - Asia Quantum Summit 2026,ທີ່ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທ່ານຫວໍຊວັນຮວ່າຍ, ຮອງຜູ້ອຳນວຍການສູນນະວັດຕະກຳ ແຫ່ງຊາດ (NIC), ໃຫ້ຮູ້ວ່າ ຫວຽດນາມ ຕ້ອງເປັນເຈົ້າການເຂົ້າຮ່ວມຂົງເຂດ Quantum ນັບແຕ່ໄລຍະລະບົບນິເວດທົ່ວໂລກພວມໄດ້ຮັບການສ້າງຂຶ້ນ, ຍ້ອນວ່າ ຄວາມສາມາດດ້ານ Quantum ແຫ່ງຊາດຕ້ອງໄດ້ພັດທະນາຢ່າງຄົບຊຸດນັບແຕ່ຂັ້ນຕອນຄົ້ນຄ້ວາ, ແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ ຕະຫຼອດຮອດວິສາຫະກິດ, ຜະລິດຕະພັນ ແລະ ການຕະຫຼາດ. ເພື່ອປະຕິບັດໃຫ້ປະກົດຜົນເປັນຈິງ, NIC ຈະຈັດຕັ້ງກອງປະຊຸມເຕັກໂນໂລຢີ Quantum ຫວຽດນາມ - ອາຊີ ໃນເດືອນພະຈິກ, ດ້ວຍບັນດາເວທີປາໄສນະໂຍບາຍ, ການລົງທຶນ, ງານວາງສະແດງເຕັກໂນໂລຢີ, ການເຊື່ອມຕໍ່ ຫວຽດນາມ ກັບບັນດາສູນ Quantum ຂອງອາຊີ ແລະ ໂລກ. ເປົ້າໝາຍແມ່ນເຊື່ອມຕໍ່ບັນດາແຫຼ່ງກຳລັງເພື່ອສ້າງໂຄງການ, ຊຸກຍູ້ການຮ່ວມມືຄົ້ນຄ້ວາ, ບຳລຸງສ້າງ, ຖ່າຍທອດເຕັກໂນໂລຢີ, ການລົງທຶນ ແລະ ທົດລອງບັນດາໂປແກຼມ Quantum ຢູ່ ຫວຽດນາມ.
