ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ຕາງ​ໜ້າຂອງ ຫວຽດ​ນາມ ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເປັນ​ຜູ້​ປືກ​ສາ​ຫາ​ລື​ໃນ​ວາ​ລະ​ປະ​ຊຸມ TPR ຂອງ​ສະ​ມາ​ຊິກ​ໜຶ່ງ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ທ່ານ​ປະ​ທານ TPR, ຂອງ​ຄະ​ນະ​ຜູ້​ແທນ ຍີ່​ປຸ່ນ ​ທີ່ມີ​ຕໍ່ ຫວຽດ​ນາມ ເວົ້າ​ລວມ, ກໍ​ຄ​ື​ສ່ວນ​ຕົວ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸງ ເວົ້າ​ສະ​ເພາະ.

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸງ ຕີ​ລາ​ຄາ​ສູງ​ຄຳ​ໝັ້ນ​ສັນ​ຍາ​ຂອງ ຍີ່​ປຸ່ນ ໃນ​ການ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ການ​ຄ້າ​ເສ​ລີ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ແມ່ນ​ແກ່ນ​ສານ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຍີ່​ປຸ່ນ ​ກໍ່ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ບັນ​ຫາ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ຜ່ານ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ການ​ຄ້າ, ໜູນ​ຊ່ວຍ​ບັນ​ດາ​ສະ​ມາ​ຊິກ​ທີ່​ພ​ວມ​ພັດ​ທະ​ນາ ແລະ ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ.

ວາ​ລະ​ປະ​ຊຸມ​ດັ່ງ​ກ່າວ ສືບ​ຕໍ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 29 ພຶດ​ສະ​ພາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸງ ມີ​ບົດ​ກ່າວ​ຄຳ​ເຫັນ​ປິດກອງ​ປະ​ຊຸມ, ຕີ​ລາ​ຄາ​ບັນ​ຫາ​ຕ່າງໆ​ທີ່​ບັນ​ດາ​ສະ​ມາ​ຊິກ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື.