ຕໍ່ກັບຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ຊັບສິນ ຍ້ອນເກີດເຫດແຜ່ນດິນໄຫວຢ່າງລຽນຕິດ 2 ຄັ້ງໃນວັນທີ 24 ມິຖຸນາ 2026 ຢູ່ ເວເນຊູເອລາ, ບົນພື້ນຖານສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຈິດໃຈໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນ ເວເນຊູເອລາ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອມະນຸດສະທຳໂດຍດ່ວນ ດ້ວຍຈຳນວນເງິນ 300.000 USD ເພື່ອຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂຜົນຕາມມາຈາກໄພພິບັດທຳມະຊາດ, ນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກຜົນກະທົບ ກັບຄືນສູ່ເປັນປົກກະຕິໂດຍໄວ.
ຫວຽດນາມ ຊ່ວຍເຫຼືອ ເວເນຊູເອລາ ແກ້ໄຂຜົນຕາມມາຂອງໄພພິບັດທຳມະຊາດ ຈຳນວນເງິນ 300.000 USD
[VOVWORLD] - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ຕົກລົງຊ່ວຍເຫຼືອມະນຸດສະທຳໂດຍດ່ວນ ດ້ວຍຈຳນວນເງິນ 300.000 USD ເພື່ອຊ່ວຍໃຫ້ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ແກ້ໄຂຜົນຕາມມາຈາກໄພພິບັດທຳມະຊາດ.
