ວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Jennifer Wicks ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລàຖະບານ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີລະດັບສຳຄັນຍຸດທະນາດແຖວໜ້າ, ປາດຖະໜາຢາກພ້ອມກັບອາເມລິກາ ເສີມຂະຫຍາຍຄຸນຄ່າຍຸດທະສາດຂອງຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງຄົບຖ້ວນ ແລະ ນຳການຮ່ວມມືເຂົ້າສູ່ລວງເລິກ, ໃນນັ້ນເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ແມ່ນກຳລັງໜູນ; ວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດກາຍເປັນບັນດາຂົງເຂດຮ່ວມມືທີ່ມີລັກສະນະຍຸດທະສາດ, ຍາວນານ.
ສ່ວນທ່ານນາງ Jennifer Wicks ເອກອັກຄະລັດຖະທູດ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງອາເມລິກາ ໃນການສະໜັບສະໜູນ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ”, ທ່ານນາງ ເນັ້ນໜັກວ່າການຮ່ວມມືເສດຖະກິດ ການຄ້າສືບຕໍ່ແມ່ນບຸລິມະສິດແຖວໜ້າໃນສະໄໝຂອງຕົນ, ພ້ອມທັງຈະສືບຕໍ່ເປີດກວ້າງການຮ່ວມມືໃນບັນດາເສົາຄ້ຳທັງໝົດ.
