ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລະ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov (ພາບ: dangcongsan.vn) |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັງຢືນວ່າ ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ເປັນສຳຄັນທີ່ສຸດ; ພ້ອມທັງເນັ້ນໜັກວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.
ສ່ວນທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ຢັ້ງຢືນວ່າ ລັດເຊຍ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ; ພ້ອມທັງປາດຖະໜາວ່າ ກະຊວງການຕ່າງປະເທດສອງປະເທດ ຈະຮັກສາມູນເຊື້ອການຮ່ວມມືອັນດີງາມ, ເສີມຂະຫຍາຍບົດບາດປະສານງານ, ກະຕຸກຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ກໍຄືສົມທົບກັນຢ່າງແໜ້ນແຟ້ນບົນເວທີສາກົນ.
ສອງຝ່າຍຕົກລົງເຫັນດີສືບຕໍ່ສົມທົບກັນເຄື່ອນໄຫວຜັນຂະຫຍາຍການຮ່ວມມືສອງຝ່າຍເວົ້າລວມ, ລະຫວ່າງສອງກະຊວງການຕ່າງປະເທດ ເວົ້າສະເພະ ແລະປະກອບສ່ວນແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.

