ທີ່​ການ​ເຮັດ​ວຽກ, ທ່ານ​ ໂງ​ດົງ​ຫ໋າຍ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ໄດ້ໃຫ້ຄວາມສຳຄັນເ​ຖິງ​ການ​ຮັບ​ປະ​ກັນສິດ​ເຂົ້າ​ເຖິງ​ຂໍ້​ມູນ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ, ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢ່າງ​ຮອບ​ດ້ານ ແລະ ເປີດກວ້າງ​ພື້ນ​ຖ​ານ​ໂຄງ​ລ່າງ Internet ເປັນ​ຕົ້ນ​ແມ່ນ​ເຂດ​ຫ່າງ​ໄກ​ສອກຫຼີກ, ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​​ຊົມ​ໃຊ້​ໝາກ​ຜົນທາງ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ.

ສ່ວນ​ທ່ານ​ນາງ Melissa Fleming ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ ແລະ ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ, ເປີດກວ້າງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ຮ່ວມ​ມື​ສາ​ກົນ, ໃນ​ນັ້ນ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້​ງ​ໜ້າ​ຢູ່​ຄະ​ນະ​ກຳ​ມະ​ການ​ຂໍ້​ມູນ ສ​ປ​ຊ.