ກ່າວ​ຄຳ​ເຫັນ​ໃນ​ວາ​ລະ​ສົນ​ທະ​ນາ​ກັບ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະ​ນຸດ (AICHR) ທີ່​ດຳ​ເນີນ​ໃນ​ວັນ​ທີ 20 ກໍ​ລະ​ກົດ, ຢູ່ Manila, ຟ​ີ​ລິບ​ປິນ, ທ່ານ ດັ້ງ​ຮ​ວ່າງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ, ຫົວ​ໜ້າ​ SOM ອາ​ຊຽນ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ບົດ​ບາດ​ຂອງ AICHR ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢູ່​ພາກ​ພື້ນ; ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ, ພາຍຫຼັງ​ທີ່​ໄດ້​ຮັບ​ການເລືອກ​ຕັ້ງອີກໜຶ່ງສະໄໝ ເຂົ້າ​ໃນ​ສະ​ພາ​ສິ​ດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2026 – 2028, ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ບຸ​ລິ​ມະ​ສິດ, ໃນ​ນັ້ນ ມີ​ສິດ​ທິ​ມະ​ນຸດ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ ແລະ ການຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ສິ​ດ​ທິ​ຂອງ​ບັນ​ດາ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງກວ່າ​ເພິ່ນ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ມີ​ສຽ​ງ​ເວົ້າ ແລະ ປະ​ກອບ​ສ່ວນ​ໃຫ້​ການ​ຮ່ວມ​ມືດ້ານ​ສິ​ດ​ທິ​ມະ​ນຸດ​ສາ​ກົນ​ຢ່າງ​ແຮງກວ່າ​ອີກ.

ທີ່​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ ສົນ​ທິ​ສັນ​ຍາ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິ​ວ​ເຄຼຍ (SEANWFZ), ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ​ວ່າງ​ຢາງ ສະ​ເໜີ​ໃຫ້ ອາ​ຊຽນ ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​ອາ​ວຸດ ແລະ ການ​ທະ​ຫານ, ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິ​ວ​ເຄຼຍ​ທົ່ວ​ໂລກ.

ໃນ​ວາ​ລະ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ (AICHR) ແລະ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ສົນ​ທິ​ສັນ​ຍາ ອາ​ຊຽນ ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິ​ເຄຼຍ ແມ່ນ 2 ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ເຊິ່ງ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 24 ກໍ​ລະ​ກົດ.