ກ່າວຄຳເຫັນໃນວາລະສົນທະນາກັບຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ທີ່ດຳເນີນໃນວັນທີ 20 ກໍລະກົດ, ຢູ່ Manila, ຟີລິບປິນ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນບົດບາດຂອງ AICHR ໃນການຊຸກຍູ້ການຮ່ວມມືກ່ຽວກັບສິດທິມະນຸດຢູ່ພາກພື້ນ; ພ້ອມທັງເນັ້ນໜັກວ່າ ຄຳໝັ້ນສັນຍາຂອງ ຫວຽດນາມ, ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝ ເຂົ້າໃນສະພາສິດທິມະນຸດ ສປຊ ອາຍຸການ 2026 – 2028, ຫວຽດນາມ ຈະສືບຕໍ່ປະຕິບັດບັນດາບຸລິມະສິດ, ໃນນັ້ນ ມີສິດທິມະນຸດໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນດີຈີຕອນ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສິດທິຂອງບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ, ພ້ອມທັງປາດຖະໜາວ່າ ຢາກຮ່ວມມືກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອມີສຽງເວົ້າ ແລະ ປະກອບສ່ວນໃຫ້ການຮ່ວມມືດ້ານສິດທິມະນຸດສາກົນຢ່າງແຮງກວ່າອີກ.
ທີ່ກອງປະຊຸມຄະນະກຳມະການ ສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (SEANWFZ), ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ສະເໜີໃຫ້ ອາຊຽນ ຜັນຂະຫຍາຍແຜນການເຄື່ອນໄຫວຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເພີ່ມທະວີບົດບາດ ແລະ ການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຫຼຸດຜ່ອນກຳລັງອາວຸດ ແລະ ການທະຫານ, ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍທົ່ວໂລກ.
ໃນວາລະສົນທະນາລະຫວ່າງບັນດາກະຊວງການຕ່າງປະເທດ ອາຊຽນ ກັບ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ແລະ ກອງປະຊຸມຄະນະກຳມະການສົນທິສັນຍາ ອາຊຽນ ບໍ່ແຜ່ຂະຫຍາຍອາວຸດນິເຄຼຍ ແມ່ນ 2 ການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ດຳເນີນແຕ່ວັນທີ 20 – 24 ກໍລະກົດ.
