ທ່ານຫງວຽນກວັກເກື່ອງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ໃນໄລຍະເວລາຢູ່ໂອມານ, ທ່ານຮອງລັດຖະມົນຕີຫງວຽນກວັກເກື່ອງໄດ້ມີບັນດາການພົບປະກັບເຈົ້າໜ້າທີ່ຂອງລັດຖະບານໂອມານຈຳນວນໜຶ່ງ; ເຂົ້າຮ່ວມການວາງສະແດງດ້ານການທ່ອງທ່ຽວແລະສະບຽງອາຫານໂອມານ 2019. ທີ່ ບັນດາການພົບປະ, ສອງຝ່າຍໄດ້ມີການແລກປ່ຽນບັນດາມາດຕະການໂດຍແນໃສ່ການຊຸກຍູ້ສາຍພົວພັນການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ… ລະອຽດ, ສອງຝ່າຍສົ່ງເສີມບັນດາວິສາຫະກິດຂອງສອງປະເທດເພີ່ມທະວີການພົບປະແລກປ່ຽນໃນງານຕະຫຼາດນັດ, ງານວາງສະແດງຢູ່ໃນແຕ່ລະປະເທດເພື່ອແນໃສ່ການຊອກຫາບັນດາກາລະໂອກາດການຮ່ວມມືດ້ານທຸລະກິດແຫ່ງການລົງທຶນ; ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ມີການລົງນາມກັນ…