ວັນທີ 14 ກັນຍາ, ທ່ານນາງ ຫງວຽນທິຮ່ວາງເວິນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການຫ້າມລະເບີດລູກຫວ່ານ ຄັ້ງທີ 3 (CCM3), ທີ່ໄດ້ດຳເນີນຢູ່ ວຽງຈັນ, ລາວ (14 – 18 ກັນຍາ)ໃນຖານະເປັນນັກສັງເກດການ. ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ, ທ່ານນາງ ຫງວຽນທິຮວ່າງເວິນ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໂດຍແມ່ນປະເທດທີ່ໄດ້ຜ່ານສົງຄາມ, ຫວຽດນາມ ມີຄວາມເຂົ້າໃຈ ແລະ ແບ່ງປັນຄວາມເຈັບປວດ, ຄວາມເສຍຫາຍ ຢ່າງເລິກເຊິ່ງ ເຊິ່ງບັນດາປະເທດພວມຕ້ອງແບບຫາບຍ້ອນຜົນຕາມມາຈາກລູກລະເບີດກໍ່ຂຶ້ນ. ຄວາມສ່ຽງຈາກລູກລະເບີດ, ວັດຖຸລະເບີດ ປັດຈຸບັນຍັງແມ່ນຮົ້ວກີດຂວາງໃຫຍ່ຕໍ່ວິວັດທະນາການສັນຕິພາບ ແລະ ການພັດທະນາແບບຍືນຍົງບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫຼາຍປະເທດໃນໂລກອີກດ້ວຍ. ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຈິດໃຈ ແລະ ເປົ້າໝາຍມະນຸດສະທຳຂອງບັນດາສົນທິສັນຍາສາກົນ ກ່ຽວກັບລະເບີດລູກຫວ່ານ, ແລະໝາກມິ່ນທຳລາຍບຸກຄົນຢ່າງສະເໝີຕົ້ນສະເໝີປາຍ, ພ້ອມທັງ ສະໜັບສະໜູນທຸກຄວາມມານະພະຍາຍາມສະກັດກັ້ນການນຳໃຊ້ອາວຸດປະເພດນີ້ແບບຊະຊາຍ ເພື່ອແນໃສ່ປົກປ້ອງຊີວິດຂອງປະຊາຊົນ.
