(ພາບ: VGP)
ນັບແຕ່ການທຸລະກຳຕົ້ນອາທິດ ໃນວັນທີ 21 ກັນຍາ, ຫຼັກຊັບ ຫວຽດນາມ ໂດຍອົງການຈັດອັນດັບດັດຊະນີຫຼັກຊັບສາກົນ (FTSE Russell) ໄດ້ຫັນຈາກກຸ່ມຕະຫຼາດຊາຍຂອບໄປສູ່ຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງ ຢ່າງເປັນທາງການ, ໂດຍເປັນທີ່ຕັ້ງເຊິ່ງຕະຫຼາດຫຼັກຊັບ ຫວຽດນາມ ໄດ້ເດີນຕາມເປັນເວລາ ເກືອບ 1 ທົດສະວັດຜ່ານມາ.
ຕາມການຄາດຄະເນ, ການຍົກລະດັບຂັ້ນດັ່ງກ່າວຈະສາມາດນຳມາເຊິ່ງແຫຼ່ງເງິນລົງທຶນສາກົນປະມານ 3,4 ຕື້ USD ເຂົ້າຫຸ້ນ ຫວຽດນາມ. ທ່ານ ທາຍວັນຈວຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ແທ່ງແທ່ງກົງ, ບຽນຮວ່າ, ແບ່ງປັນວ່າ:
“ບັນດາກອງທຶນລົງທຶນທີ່ເຂົ້າຮ່ວມ ບໍ່ພຽງແຕ່ໃຫ້ຄວາມສົນໃຈເຖິງປັດໄຈດັດຊະນີດ້ານການເງິນເທົ່ານັ້ນ ຫາກຍັງສົນໃຈເຖິງການພັດທະນາແບບຍືນຍົງອີກດ້ວຍ. ເຂົາເຈົ້າສົນໃຈເຖິງບັນດາວິສາຫະກິດຈະເຮັດແນວໃດຈຶ່ງສາມາດເຄື່ອນໄຫວ ESG. ເມື່ອພວກເຮົາມີບັນດາວິສາຫະກິດທີ່ໄດ້ນຳໃຊ້ ແລະ ເຄົາລົບປະຕິບັດຕາມເປັນຢ່າງດີນັ້ນ, ເຂົາເຈົ້າຈະມີຄວາມເອົາໃຈໃສ່ ແລະ ລົງທຶນດີຂຶ້ນ”.
ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບຄວາມສາມາດດຶງດູດແຫຼ່ງທຶນ, ວິວັດການຍົກລະດັບຂັ້ນຂຶ້ນ ກໍ່ຍັງວາງອອກຄວາມຮຽກຮ້ອງສືບຕໍ່ສ້າງກົນໄກເຄື່ອນໄຫວ, ຍົກສູງຄຸນນະພາບການປະກາດຂໍ້ມູນ ແລະ ລະດັບການປົກປ້ອງນັກລົງທຶນໃຫ້ສົມບູນແບບ.
