ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ.

ວັນທີ 19 ພະຈິກ, ເນື່ອງໃນໂອກາດຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ຢ້ຽມຢາມເຂດເສດຖະກິດເສລີ ຮ່ວາງຫາຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໃຫ້ຮູ້ວ່າ: ຫວຽດນາມ ພວມດຳເນີນການສ້າງຕົ້ງທົດລອງເຂດບໍລິຫານ - ເສດຖະກິດພິເສດ. ການຄົ້ນຄວ້າຮູບແບບຂອງເຂດເສດຖະກິດເສລີ ຮ່ວາງຫາຍ ຈະຊ່ວຍໃຫ້ ຫວຽດນາມ ມີບົດຮຽນຕື່ມອີກ ໃນວິວັດການປະຕິບັດບັນຫານີ້.