ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ​ເວ​ທີ​ປາ​ໃສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປ​າ​ຊີ​ຟິກ (APEC) 2026, ວັນທີ 21 ຕຸລາ, ຢ​ູ່ ຮົ່ງກົງ (ຈີນ), ​ໄດ້​ຈັດພິທີມອບ-ຮັບຕຳແໜ່ງປະທານ​ວິ​ວັດ​ທະ​ນາການລັດຖະມົນຕີການເງິນ APEC (FMP) ​ໃຫ້​ແກ່​ປີ APEC 2027. ທ່ານ ໂງວັນຕວັນ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຮັບເອົາ​ໜ້າ​ທີ່ເປັນປະທານ FMP 2027 ຈາກພື້ນ​ຖານເສດຖະກິດເຈົ້າພາບ APEC 2026 ຢ່າງເປັນທາງການ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການເງິນ ໂງວັນຕວັນ ເນັ້ນ​ໜັກ​ວ່າ ການຮັບໜ້າທີ່ເປັນປະທານ FMP 2027 ສ້າງຂີດໝາຍສຳຄັນໃນວິ​ວັດ​ການການເຊື່ອມໂຍງ​ເຂົ້າ​ກັບສາກົນຢ່າງເລິກເຊິ່ງ, ກວ້າງ​ຂວາງ ແລະ ​ເປັນ​ເຈົ້າ​ການ​ຂອງ ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມ ຈະສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ເລ​ຂາ APEC, ບັນ​ດາ​ພື້​ນ​ຖານເສດຖະກິດສະມາຊິກ ແລະ ​ບັນ​ດາ​ອົງ​ການ​ການເງິນສາກົນ ເພື່ອສືບຕໍ່ຮັກສາທ່າອ່ຽງຮ່ວມມື, ຊຸກ​ຍູ້ການພັດທະນາເສດຖະກິດພາກພື້ນແບບຍືນຍົງ ແລະ ກວມ​ລວມ.