ສະຖານທູດ ຫວຽດນາມ ປະຈຳ ບຣາຊິນ ຫາກໍ່ຈັດພິທີສະຫຼອງ 81 ປີ ວັນປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຢູ່ ນະຄອນຫຼວງ Brasilia ໃນວັນທີ 27 ສິງຫາ, ໂດຍມີການເຂົ້າຮ່ວມຂອງ ທ່ານນາງ Susan Kleebank ລັດຖະມົນຕີກະຊວງການຕ່າງປະເທດ ບຣາຊິນ ພ້ອມດ້ວຍຕາງໜ້າສະພາແຫ່ງຊາດ, ລັດຖະບານ, ທູຕານຸທູດ, ໝູ່ເພື່ອນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຣາຊິນ ເປັນຈຳນວນຫຼວງຫຼາຍ. ທ່ານ ບຸ່ຍວັນງິ ເອກອັກຄະລັດຖະທູດຫວຽດນາມປະຈຳ ບຣາຊິນ ໄດ້ທົບທວນຄືນຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ 1945. ເມື່ອເວົ້າເຖິງການພົວພັນ ຫວຽດນາມ - ບຣາຊິນ, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງິ ຢືນຢັນວ່າ ບຣາຊິນ ນັບມື້ນັບມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ນັບຕັ້ງແຕ່ເວລາສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນພະຈິກ 2024, ການພົວພັນສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່. ສອງຝ່າຍມຸ່ງໄປເຖິງເປົ້າໝາຍວົງເງິນການຄ້າບັນລຸ 15 ຕື້ USD ໃນປີ 2030.
