ທ່ານພົນເອກ ໂງຊວນລີ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບອິນເຕີແນັດ)

ຄາດວ່າ ທ່ານພົນເອກ ໂງຊວນລີ້ກ ຈະມີບົດກ່າວປາໄສສຳຄັນທີ່ການເຈລະຈາ. ຢູ່ນອກການເຈລະຈາ, ທ່ານລັດຖະມົນຕີ ໂງຊວນລີ້ກ ຈະມີບັນດາການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດຕ່າງໆ.

ການເຈລະຈາ Shangri-La ຄັ້ງນີ້ ມີກອງປະຊຸມຄົບຄະນະ 5 ກອງປະຊຸມ ດ້ວຍບັນດາຫົວຂໍ້ວ່າ: ບົດບາດຊີ້ນຳນຳພາຂອງ ອາເມລິກາ ແລະ ບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນມະຫາສະໝຸດອິນເດຍ - ປາຊີຟິກ; ຫລຸດຜ່ອນວິກິດການ ສປປ.ເກົາຫຼີ; ກຳນົດຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງທີ່ພວມປ່ຽນແປງຂອງ ອາຊີ; ບັນດາແງ່ມູມໃໝ່ຂອງລັດທິກໍ່ການຮ້າຍ ແລະ ການເຄື່ອນໄຫວຕ້ານກໍ່ການຮ້າຍ; ຍົກສູງຄຸນນະພາບແຫ່ງການຮ່ວມມືວຽກງານປ້ອງກັນຄວາມສະຫງົບໃນພາກພື້ນ.