“ສ້າງຍຸດທະສາດ MICE (ການທ່ອງທ່ຽວ ສົມທົບກອງປະຊຸມ, ຈັດເຫດການ, ການຍ້ອງຍໍຊົມເຊີຍ) ແຫ່ງຊາດ ແລະ ນຳນະຄອນ ໂຮ່ຈີມິນ ກາຍເປັນສູນກາງ MICE ທີ່ມີຄວາມສາມາດໃນການແຂ່ງຂັນຢູ່ພາກພື້ນ”. ນີ້ແມ່ນຄວາມຮຽກຮ້ອງ ຂອງ ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວທີການທ່ອງທ່ຽວຂັ້ນສູງ ທີ່ຈັດຂຶ້ນໃນວັນທີ 27 ສິງຫາ, ຢູ່ນະຄອນໂຮ່ຈີມິນ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວເລັ່ງສ້າງທິດທາງການພັດທະນາ MICE ແຫ່ງຊາດ; ເປັນເສນາທິການກົນໄກ, ນະໂຍບາຍທີ່ມີຄວາມເຂັ້ມແຂງຢ່າງພຽງພໍ ເພື່ອດຶງດູດບັນດາອົງການ, ກຸ່ມບໍລິສັດ MICE ແຖວໜ້າໂລກ; ພ້ອມທັງພັດທະນາບັນດາສູນ MICE ຢ່າງມີຈຸດສຸມຕິດພັນກັບ ພື້ນຖານໂຄງລ່າງເຊື່ອມຕໍ່ຍຸດທະສາດ ແລະ ລະບົບກອງປະຊຸມ, ງານວາງສະແດງທີ່ບັນລຸມາດຕະຖານສາກົນ.
“ໃນເບື້ອງຕົ້ນ ຂ້າພະເຈົ້າສະເໜີໃຫ້ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ຕ້ອງຮີບດ່ວນເປັນເສນາທິການໃຫ້ລັດຖະບານຜັນຂະຫຍາຍມະຕິຂອງກົມການເມືອງກ່ຽວກັບການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນສັງກາດໃໝ່. ໃນວັນທີ 3 ກັນຍາ ທີ່ຈະມາເຖິງນີ້, ພວກຂ້າພະເຈົ້າຈະຈັດຕັ້ງກອງປະຊຸມທົ່ວປະເທດ ເພື່ອເຊື່ອມຊຶມ, ຜັນຂະຫຍາຍມະຕິສະບັບນີ້. ນີ້ແມ່ນມະຕິໜຶ່ງໃນໄລຍະການພັດທະນາໃໝ່, ຊຸກຍູ້ຄວາມສາມາດ ແກ່ງແຍ້ງຂອງປະເທດຊາດ. ດັ່ງນັ້ນ ຕ້ອງຜັນຂະຫຍາຍຢ່າງຮີບດ່ວນ, ຂ້ຽວຂາດ, ຕັ້ງໜ້າ ແລະ ມີປະສິດທິຜົນ”.
