ຕອນເຊົ້າວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Pauline Tamesis, ຜູ້ປະສານງານ ແລະ ຫົວໜ້າຜູ້ຕາງໜ້າບັນດາອົງການສະຫະປະຊາຊາດປະຈຳ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຫະປະຊາຊາດ (24 ຕຸລາ).
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ, ແຫຼ່ງຊັບພະຍາກອນມະນຸດ, ໃຫ້ຄຳແນະນຳກ່ຽວກັບການສ້າງນະໂຍບາຍ, ກົດໝາຍ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ; ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ໜູນຊ່ວຍ ຫວຽດນາມ ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດດີຈີຕອນ...
ໂດຍຕາງໜ້າໃຫ້ແກ່ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ, ທ່ານນາງ Pauline Tamesis ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດການຮ່ວມມືເຊິ່ງທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຍົກອອກມາ. ທ່ານນາງ Pauline Tamesis ຢືນຢັນວ່າ ສະຫະປະຊາຊາດຈະສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນໄລຍະພັດທະນາໃໝ່.
