ທ່ານ ໄຊສົມພອນ ພົມວິຫານ, ເກີດວັນທີ 12 ທັນວາ 1956; ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ປະທານສະພາແຫ່ງຊາດແຫ່ງ ສປປ.ລາວ ໄດ້ເຖິງແກ່ມໍລະນະກຳໃນວັນທີ 08 ສິງຫາ 2026, ອາຍຸຍືນ 70 ປີ.
ທ່ານ ໄຊສົມພອນ ພົມວິຫານ ເປັນການນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດ ລາວ; ຜູ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດການປະຕິວັດ ລາວ, ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ລາວ. ທ່ານແມ່ນການນຳສວມບົດບາດສຳຄັນໃນການສືບທອດ, ເພີ່ມພູນຄຸນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ທ່ານເຖິງແກ່ມໍລະນະກຳແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ປະເທດ ລາວ ແລະ ສາຍພົວພັນ ຫວຽດນາມ - ລາວ.
ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ແລະ ເລີ່ມມາຈາກສາຍພົວພັນແບບພິເສດ ຫວຽດນາມ - ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ, ລັດຖະບານແຫ່ງ ສສ.ຫວຽດນາມ, ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດພິທີໄວ້ທຸກລະດັບຊາດທ່ານ ໄຊສົມພອນ ພົມວິຫານ ເປັນ 2 ວັນ, ແຕ່ວັນທີ 10 – 11 ສິງຫາ 2026.
ໃນໄລຍະນີ້, ບັນດາອົງການ, ສຳນັກງານໃນຂອບເຂດທົ່ວປະເທດ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດລົດທຸງລົງເຄິ່ງເສົາ, ມີແຖບຜ້າງານສົບຕາມກຳນົດ; ບໍ່ຈັດບັນດາການລະຫຼີ້ນ, ບັນເທິງຢູ່ສະຖານທີ່ສາທາລະນະ.
