ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ຫວຽດ​ນາມ, ທ່ານ ເລ​ຮວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຝາກ​ຄຳ​​ຊົມ​ເຊີຍ​​ອັນ​ສະ​ຫງ່າເຖິງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອາ​ເມ​ລິ​ກາ. ທ່ານ​ເນັ້​ນ​ໜັກ​ວ່າ ໃນ​ວິ​ວັດ​ການ​ພັດ​ທະ​ນາ​ທີ່​ເຕ​ັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ​ໃນ ¼ ສະ​ຫັດ​ສະ​ຫວັດ​ທີ່​ຜ່ານ​ມາ​ໄດ້​ນຳ​ປະ​ເທດ ອາ​ເມ​ລິ​ກາ ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ແຖວ​ໜ້າ​ໂລກ; ທ່ານ​ເຊື່ອ​ໝັ້ນ​ວ່າ ອາ​ເມ​ລິ​ກາ ​ຈະສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ການ​ຮ່ວມ​ມື​ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈຸງ ຕີ​ລາ​ຄາ​ສູງຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ທີ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ເຂັ້ມ​ແຂງ, ເອ​ກະ​ລາດ, ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ວັດ​ທະ​ນາ​ຖາ​ວອນ ແລະ ຫວັງ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຈະ​ພ້ອມ​ກັ​ນ​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ໃຫ້​ນັບ​ມື້​ນັບ​ມີ​ສະ​ຖຽ​ນ​ລະ​ພາບ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ບົນ​ພື້ນ​ຖານ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ລະ​ບອບ​ການ​ເມືອງ​ຂອງ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜ​ົນ​ປະ​ໂຫຍດ.