ວັນທີ 10 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່​ນະ​ຄອນ​ຫຼວງ ປາ​ຣີ, ປະເທດ ຝລັ່ງ, ​ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດ​ນາມ ແລະ ທ່ານນາງ Catherine Vautrin, ​ລັດ​ຖະ​ມົນ​ຕີ​ກະ​ຊວງກອງ​ທັບ ແລະ ນັກຮົບເກົ່າ ຝລັ່ງ, ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສະຫະປະຊາຊາດ.

ຕາມນັ້ນ​ແລ້ວ, ຝ​ລັ່ງ ຈະໜູນ​ຊ່ວຍ ຫວຽດນາມ ໃນ​ການ​ຍົກ​ສູງ​ກຳລັງຄວາມ​ສາ​ມາດຂອງຕົນ​ໃຫ້​ແກ່​ກຳ​ລັງ​ເຂົ້າ​ຮ່ວມ​ການ ຮັກສາສັນຕິພາບ ສະຫະປະຊາຊາດ ຜ່ານຊຸດຝຶກອົບຮົມ, ​ຈັດສົ່ງ​ນັກຊ່ຽວຊານ​ມາເຮັດວຽກຢູ່ກົມຮັກສາສັນຕິພາບ ຫວຽດນາມ ເປັນປະຈຳ ແລະ ໜູນ​ຊ່ວຍ​ການ​ຜັນ​ຂະ​ຫຍາຍ​ນາຍ​ທະ​ຫານ ຫວຽດນາມ ຢູ່​ຄະ​ນະປະຕິບັດ​ງານຝຶກອົບຮົມຂອງ ສະຫະພາບ ເອີລົບ (ອີ​ຢູ) ​ຢູ່ ສ.ອາຟະລິກາກາງ.

ທີ່​ການ​ເຈລະ​ຈາ​ກ່ອນນັ້ນ, 2 ​ຝ່າຍໄດ້​ເຫັນ​ດີ​ສືບ​ຕໍ່ເພີ່ມທະວີການຮ່ວມມື ດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະທີ່ຈະມາເຖິງ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຊົມ​ເຊີຍ​ຄະ​ນະ​ການ​ນຳກະຊວງກອງທັບ ແລະ ນັກຮົບເກົ່າ ຝລັ່ງ ເຂົ້າຮ່ວມ ງານວາງສະແດງປ້ອງກັນ​ຊາດສາກົນ ຫວຽດນາມ ຄັ້ງທີ 3 ທີ່ຈະ​ຈັດ​ຂຶ້ນ​ຢູ່ ຮ່າໂນ້ຍ ໃນເດືອນ ທັນວາ ນີ້.

ເນື່ອງ​ໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ຝ່າຍ ຝລັ່ງ ຊຸກ​ຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການ​ຊອກຫາທະຫານ ຫວຽດນາມ ແລະ ຝລັ່ງ ທີ່ຫາຍສາບສູນ ແລະ ການແລກປ່ຽນວັດຖຸ​ທີ່​ລະ​ນຶກ​ໃນສົງຄາມ, ສ້າງຂອບການຮ່ວມມືເພື່ອຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມໝາຍ ດ້ານວັດ​ທະ​ນະ​ທຳມະນຸດສະທຳນີ້.