ການປຶກສາຫາລື ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ຕວກເມນິດສະຖານ (ພາບ:BNG) |
ທີ່ການປຶກສາຫາລື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົບປະແລກປ່ຽນຄະນະບັນດາຂັ້ນ, ຈັດຕັ້ງການຢ້ຽມຢາມຂັ້ນສູງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດຂອງສອງປະເທດ; ລົງນາມໃນບັນດາເອກະສານຂໍ້ຕົກລົງກົດໝາຍພື້ນຖານ ສ້າງນິຕິກຳກ່ຽວກັບການຮ່ວມມືໃຫ້ສົມບູນແບບ; ຍາດແຍ່ງບັນດາຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດ ຄືເສດຖະກິດ - ການຄ້າ, ການສຶກສາ - ບຳລຸງສ້າງ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ…
ສຳລັບສະພາບສາກົນ ແລະ ພາກພື້ນ, ຮອງລັດຖະມົນຕີສອງທ່ານໄດ້ແບ່ງປັນທັດສະນະ ສະໜັບສະໜູນການເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຢັນຢືນຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນບົນເວທີສາກົນ, ພິເສດແມ່ນໃນເວທີສະຫະປະຊາຊາດ. ສອງຝ່າຍເຫັນດີເປັນເອກະພາບກະຊວງການຕ່າງປະເທດຂອງສອງປະເທດສືບຕໍ່ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ, ຮັກສາບັນດາກົນໄກປຶກສາຫາລືການພົບປະແລກປ່ຽນເປັນປະຈຳ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາດີກວ່າອີກ.

