ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງຕ້ອນຮັບທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo |
ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ເນັ້ນໜັກວ່າ ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບ ມາດາກາສກາ ໃນບັນດາຂົງເຂດທີ່ຫວຽດນາມມີທ່າແຮງ ແລະ ມາດາກາສກາມີຄວາມຕ້ອງການ ເປັນຕົ້ນແມ່ນກະສີກຳ, ການຄ້າ ແລະ ການລົງທຶນ. ທ່ານປະທານປະເທດຫວຽດນາມ ເຈິນດ້າຍກວາງ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສົ່ງເສີມວິສາຫະກິດ 2 ປະເທດໄປມາຊອກຫາໂອກາດລົງທຶນ ດຳເນີນທຸລະກິດ.
ສ່ວນທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo ໃຫ້ຮູ້ວ່າ ກະສີກຳ, ລ້ຽງສັດແມ່ນບັນດາຂົງເຂດທີ່ສຳຄັນຊຶ່ງ ມາດາກາສກາ ຫວັງຢາກຮ່ວມມືກັບຫວຽດນາມ, ທ່ານລັດຖະມົນຕີທຳນຽບປະທານາທິບໍດີມາດາກາສກາ Rakatovao Rivo ເຊື່ອໝັ້ນວ່າ ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະບັນລຸຂໍ້ຕົກລົງຮ່ວມມືຫຼາຍສະບັບ, ເປັນຕົ້ນແມ່ນໃນຂົງເຂດກະສີກຳ.

