ທ່ານ​ນາງ ເລ​ທິ​ທູ​ຮັ່ງ ​ເນັ້ນໜັກ​ເຖິງ​ຄວາມ​ສາມ​າດ​ບົ່ມ​ຊ້ອນ​ທີ່​ຍັງ​ຫຼາຍ​ຢູ່ ແລະ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ການ​ຜັນ​ຂະ​ຫຍາຍບັນ​ດາ​ເນື້ອ​ໃນ​ຂອງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ຢ່າງ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ - ການ​ລົງ​ທຶນ, ການ​ເງິນ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ການ​ຫັນ​ປ່ຽນ​ພະ​ລັງ​ງານ ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ທ່ານ​ນາງກໍ່​ສະ​ເໜີ​ໃຫ້ ອັງ​ກິດ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ສະ​ໜອງວີ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ.

ສ່ວນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ Iain Frew ຢືນ​ຢັນ​ວ່າ ລາ​ຊ​ະ​ອາ​ນາ​ຈັກ​ ອັງ​ກິດ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ດ້ານ​ການ​ຄ້າ - ການ​ລົງ​ທຶນ, ກໍ່​ສ້າງ​ສູນ​ການ​ເງິນ​ສາ​ກົນ, ພ້ອ​ມ​ກັນ​ນັ້ນ ກໍ່ສະ​ແດງ​ຄວາມ​ຫວັງ​ຢາກ​ສ້າງ​ຮາກ​ຖານ​ການ​ສຶກ​ສາ​ຂອງ ອັງ​ກິດ ຢູ່ ຫວຽດ​ນາມ.

2 ຝ່າຍ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ສືບ​ຕໍ່​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ຂັ້ນ​ສູງ, ເພື່ອ​ແນ​ໃສ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ.