|
(ພາບ: thanhtra.gov.vn) |
ທີ່ການຕ້ອນຮັບ, ທ່ານ ເລມິນຄາຍ ຫົວໜ້າອົງການກວດກາລັດຖະບານ ໄດ້ເນັ້ນໜັກວ່າ ໃນການເຈລະຈາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ການບໍລິຫານສາທາລະນະ ທຸກຄັ້ງ ໄດ້ມີຄຸນປະໂຫຍດຢ່າງຕັ້ງໜ້າເຂົ້າໃນວຽກງານການສ້າງ ນະໂຍບາຍ, ກົດໝາຍ, ການຄຸ້ມຄອງ, ການຊີ້ນຳ ແລະ ການບໍລິຫານຂອງລັດຖະບານຫວຽດນາມໃຫ້ສົມບູນແບບ. ທ່ານ ເລມິນຄາຍ ຫົວໜ້າອົງການກວດກາລັດຖະບານ ປາດຖະໜາຢາກສືບຕໍ່ໄດ້ຮັບການສົມທົບ, ໜູນຊ່ວຍຈາກສະຖານທູດອັງກິດເວົ້າລວມ ແລະ ທ່ານເອກອັກຄະລັດຖະທູດເວົ້າສະເພາະ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງສອງອົງການ ແລະສອງປະເທດໃຫ້ດີກວ່າອີກ. ສ່ວນທ່ານ Giles Lever ເອກອັກຄະລັດຖະທູດອັງກິດປະຈຳ ຫວຽດນາມແລ້ວ, ທ່ານຈະສືບຕໍ່ສະໜອງບັນດາຂໍ້ມູນກ່ຽວກັບກອງທຶນອຸປະຖຳໃຫ້ແກ່ຫວຽດນາມໃນປັດຈຸບັນ ແລະ ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ມີການພົວພັນແບບຍືນຍົງໃນທຸກຂົງເຂດ.
