(ພາບປະກອບ)

ໂຄງການ “ຂໍ້ລິເລີ່ມການຮ່ວມມືດ້ານການສຶກສາສາມັນ ຫວຽດນາມ - ອົດສະຕາລີ” ຄັ້ງທຳອິດໄດ້ຈັດຕັ້ງຢູ່ ຫວຽດນາມ ເພື່ອແນໃສ່ແນະນຳກຳລັງຄວາມສາມາດຂອງ ອົດສະຕາລີ ໃນຂົງເຂດການສຶກສາສາມັນ.

ຫວຽດນາມ ແລະ ອົດສະຕາລີ ມີການພົວພັນຮ່ວມມືອັນດີງາມໃນຫລາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານການສຶກສາ ທີ່ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫລາຍຢ່າງ. ອົດສະຕາລີ ພວມແມ່ນໜຶ່ງໃນບັນດາສະຖານທີ່ໄປຮຽນແຖວໜ້າຂອງນັກຮຽນ ຫວຽດນາມ. ບັນດາລັດຂອງ ອົດສະຕາລີ ໄດ້ຕັ້ງໜ້າໜູນຊ່ວຍນະຄອນ ໂຮ່ຈີມິນ ຈັດຕັ້ງບັນດາຊຸດຮຽນຢູ່ຫລາຍຂັ້ນທີ່ແຕກຕ່າງກັນ.