(ພາບ: VGP)
ຕອນບ່າຍວັນທີ 23 ມິຖຸນາ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຕ້ອນຮັບທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P. Moller Holding (APM Holding) ທັງເປັນປະທານກຸ່ມບໍລິສັດ Maersk (ສະມາຊິກຂອງ APM Holding).
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ບັນດາຂົງເຂດທີ່ກຸ່ມບໍລິສັດ Maersk ພວມລົງທຶນ ແລະ ມີຄວາມສົນໃຈ, ຄື: ທ່າກຳປັ່ນ, logistics, ການຂົນສົ່ງ, ການຫັນເປັນສີຂຽວ ກໍແມ່ນບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດລົງທຶນ. ທ່ານປາດຖະໜາວ່າ ກຸ່ມບໍລິສັດ Maersk ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນວິວັດການຫັນເປັນສີຂຽວ, ພັດທະນາພະລັງງານສະອາດ ແລະ ກໍ່ສ້າງລະບົບ logistics ແບບຍືນຍົງ; ທ່ານກໍ່ສະເໜີໃຫ້ກຸ່ມບໍລິສັດ ຍູ້ໄວຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການທີ່ມີຢູ່ແລ້ວ; ເປີດກວ້າງການລົງທຶນຢູ່ບັນດາທ່າກຳປັ່ນຢູ່ ຫວຽດນາມ; ພ້ອມກັນນັ້ນ ກໍ່ໜູນຊ່ວຍ ຫວຽດນາມ ດຶງດູດບັນດານັກລົງທຶນຕ່າງປະເທດຕື່ມອີກ.
ສ່ວນທ່ານ Robert Maersk Uggla ເນັ້ນໜັກວ່າ, ຫວຽດນາມ ແມ່ນຄູ່່ຮ່ວມມືສຳຄັນຂອງກຸ່ມບໍລິສັດ; ພ້ອມທັງຢືນຢັນວ່າ ບັນດາບຸລິມະສິດຂອງ ຫວຽດນາມ ໃນການຫັນເປັນສີຂຽວ, ຊຸກຍູ້ນະວັດຕະກຳ ແລະ ເພີ່ມທະວີການເຊື່ອມຕໍ່ກັບລະບົບສະໜອງທົ່ວໂລກແມ່ນສອດຄ່ອງກັບການກຳນົດທິດຍຸດທະສາດ ກໍຄືຄຳໝັ້ນສັນຍາລົງທຶນໄລຍະຍາວຂອງກຸ່ມບໍລິສັດຢູ່ ຫວຽດນາມ.
