ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ໂລ​ວາ​ກີ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ Bratislava (IDEB 2026) ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ Bratislava ແຕ່​ວັນ​ທີ 12 – 14 ພຶດ​ສະ​ພາ.

ງານ​ວາງ​ສະ​ແດງ​ໄດ້​ເຕົ້າ​ໂຮມ 150 ​ຫົວ​ໜ່ວຍ​ທີ່​ມາ​ຈາກ 17 ປະ​ເທດ​ເຂົ້າ​ຮ່ວມ, ວາງ​ສະ​ແດງ​ເຄື່ອງ​ອຸ​ປະ​ກອນ​ປ້ອງ​ກັນ​ຊາດ ແລະ ຄ​ວາມ​ໝັ້ນ​ຄົງທີ່​ທັນ​ສະ​ໄໝ​ກວ່າ 250 ຢ່າງ. ພ້ອມ​ກັບ​ບັນ​ດາ​ອາ​ວຸດ​ທີ່​ໂດດ​ເດັ່ນ​ຂອງ ສະ​ໂລ​ວາ​ກີ, ຄື: ປືນ​ໃຫຍ່ຂັບ​ເຄື່ອນ​ເອງ ShKH EVA M3 6×6 ລຸ້ນ​ໃໝ່, ລະ​ບົບ​​ປືນຄົກ​ຂັບ​ເຄື່ອນເອງ SAM120 ແລະ ລົດ​ບັນ​ຊາ​ເຄື່ອນ​​ທີ່ CPV II, ງານ​ວາ​ງ​ສະ​ແດງ​ຍັງ​ແນະ​ນຳ​ຫຼາຍ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ທະ​ຫານ​ທີ່​ກ້າວ​ໜ້າ, ທັນ​ສະ​ໄໝ​, ຄື: ລະ​ບົບ​ robot, ອຸ​ປະ​ກອນ​ການ​ບິນບໍ່​ມີ​ຄົນ​ຂັບ, ກຳ​ປັ່ນ​ດຳ​ນ້ຳ​ຂະ​ໜາດ​ນ້​ອຍ, ເຄື່ອງ​ອຸ​ປະ​ກອນ​ຕິດ​ຕໍ່​ເຄື່ອນ​​ທີ່… ກອງ​ທັບ​ອາ​ກາດ ສະ​ໂລ​ວາ​ກີ ຍັງ​ສະ​ແດງ​ການ​ຂັບ​ເຮືອ​ບິນ​ສູ້​ຮົບ F-16 Block 70, ເຮືອ​ບິນ​ເຮ​ລີ​ກອບ​ເຕີ UH-60M Black Hawk ແລະ ເຮືອ​ບິນ​ຂົນ​ສົ່ງ​ຍຸດ​ທະ​ວິ​ທີ C-27J Spartan. ບັນ​ດ​າ​ເຄື່ອງ​ອຸ​ປະ​ກອນ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ ແມ່ນ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ສະ​ໂລ​ວາ​ກີ ແລະ ຄູ່​ຮ່ວມ​ມື​ສາ​ກົນ, ຜ່ານນັ້ນ ກໍ່ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ​ທີ່​ທັນ​ສະ​ໄໝ ຮັບ​ໃຊ້​ຕະ​ຫຼາດ​ທົ່ວ​ໂລກ.