ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະ​ຊວງ​ປ​້ອ​ງ​ກັນ​ປະ​ເທດ ຕວັກ​ກີ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ​ໂດຍ​ທ່ານພົ​ນ​ໂທ ຫງວຽນ​ເຈື່ອງ​ທັງ, ເປັນ​ຫົວ​ໜ້າ​ຄະ​ນະ​ເຂົ້​າ​ຮ່ວມ ງານ​ວາງ​ສະ​ແດ​ງ​ປ້ອງ​ກັນ​ຊາດ ແລະ ການ​ບິນ​ອາ​ວະ​ກາດ (SAHA) 2026 ຢູ່ Istanbul, ຢູ່ ຕວັກ​ກີ.

ງານ​ວາງ​ສະ​ແດງ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 05 – 09 ພຶດ​ສະ​ພາ, ເຕົ້າ​ໂຮມ​ກວ່າ 1.700 ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 120 ປະ​ເທດ, ໂຄ​ສະ​ນາ​ແນະ​ນຳ​ຜະ​ລິດ​ຕະ​ພັນ, ມາດ​ຕະ​ການ​ດ້ານ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັ​​ນ​ຊາດ​ທີ່​ກ້າວ​ໜ້າກວ່າ 300 ຜະ​ລິດ​ຕ​ະ​ພັນ, ຄື: ລະ​ບົບ​ທາງ​ບົກ (ລວມ​ມີ: ລົດ​ຫຸ້ມເກາະ, ປືນ​ໃຫຍ່, ຫຸ່ນ​ຍົນ​ຕໍ່​ສູ້, ເຕັກ​ໂນ​ໂລ​ຊີ​ອັດ​ຕະ​ໂນ​ມັດ)…

ພິ​ເສດ, ທີ່​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ Viettel (Viettel High Tech)/ ກຸ່​ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມ​ກອງ​ທັບ (Viettel) ໄດ້​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ 73 ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ສູງ​ຂຶ້​ນ​ກັບ 8 ຂົງ​ເຂດ​ຫຼັກ​ແຫຼ່ງ, ລວມ​ມີ: ຣາ​ດາ, ການ​ສູ້ຮົບ​ເອ​ເລັກ​ໂຕ​ນິກ, ເຮືອ​ບິນບໍ່​ມີ​ຄົນ​ຂັບ (UAV), ລະ​ບົບບັງ​ຄັບ - ​ບັນ​ຊາ…

ໃນ​ຂອບ​ເຂດ​ງານ​ວາ​ງ​ສະແດງ, Viettel High Tech ໄດ້​ເຮັດ​ວຽກ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ລະ​ບົບ​ຊີ​ວະ​ພາບ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ ຕວັກ​ກີ.