ໃນ​ລະ​ຫວ່າງວັນ​ທີ 23 – 25 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່​ ນິວຢອກ, ອາ​ເມ​ລິ​ກາ, ໄດ້​ຈັດ​ວາ​ລະ​ປ​ະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ບໍ​ລິ​ຫານ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ແລະ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ (UN Women) ເພື່ອ​ພິ​ຈາ​ລະ​ນາ, ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານ​ປະ​ຈຳ​ປີ, ສະ​ຫຼຸບ​ການ​ປະ​ຕ​ິ​ບັດ​ແຜນ​ການ​ຍຸດ​ທະ​ໄລ​ຍະ 2022 – 2025 ແລະ ເລີ່ມ​ຜັ​ນ​ຂະ​ຫຍາຍ​ແຜນ​ການ​ຍຸດ​ທະ​ສາ​ດ​ໄລ​ຍະ 2026 – 2029 ຂອງ UN Women.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປ​ະ​ຊຸມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ້​ຮຸ່ງ​ຫວຽດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ເນັ້​ນ​ໜັກ​ວ່າ ການ​ຜັນ​ຂະ​ຫຍາຍຍ​ຸດ​ທະ​ສາດ​ໄລ​ຍະ​ໃໝ່ ຕ້ອງ​ຖື​ປະ​ເທດ​ຊາດ​ເປັນ​ໃຈ​ກາງ, ຕິດ​ພັນ​ກັບ​ບັນ​ດາບ​ຸ​ລິ​ມະ​ສິດ​ຂອງ​ປະ​ເທດ​ຊາດ, ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ຂອງ UN Women ຢ່າງ​ແທດ​ຈິງ, ສອດ​ຄ່ອງ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ. ພ້ອມ​ກັນ​ນັ້ນ, ທ່ານກໍ່​ສະ​ເໜີ​ໃຫ້ UN Women ສືບ​ຕໍ່​ສຸມ​ໃສ່ບັນ​ດາ​ຂົງ​ເຂດ​ທີ່ມີ​ຄວາມ​ສາ​ມາດ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຍາວ​ນານ, ຄື: ເພີ່ມ​ສິດ​ເສ​ດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ, ເພີ່​ມ​ທະ​ວີ​ບົ​ດ​ບາ​ດ​ນຳພາ ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່ ຄື ​ການຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ (AI), ການ​ຫັນ​ເປັນ​ດີ​ຈີ​ຕອນ.