ການຈັດອັນດັບ ໂດຍເວທີປຶກສາຫາລືເສດຖະກິດໂລກ (WEF) ປະ​ກາດໃນວັນທີ 25 ກັນຍາ, ຫວຽດນາມ ໄດ້ບັນ​ລຸ 4,15 ຄະແນນ, ​ເລື່ອນ 7 ຂັ້ນເມື່ອທຽບກັບການ​ຕີ​ລາ​ຄາຄັ້ງກ່ອນ. ​ຢູ່​ພາກ​ພື້ນ ອາຊີຕາເວັນອອກສຽງໃຕ້, ຫວຽດນາມຢູ່ ຢືນອັນດັບທີ 5, ​ຖັດຈາກ ສິງກະໂປ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ.

TTDI 2026 ລວມ​ມີ 5 ​ກຸ່ມໃຫຍ່, 17 ດັດ​ຊະ​ນີ​ເສົ້າ​ຄ້ຳ, ໂດຍສຸມໃສ່ສະພາບແວດລ້ອມສ້າງ​ເງື່ອນ​ໄຂ, ນະໂຍບາຍ ແລະ ເງື່ອນໄຂອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ, ພື້ນຖານໂຄງລ່າງ ແລະ ການບໍລິການ, ຊັບພະຍາກອນທ່ອງທ່ຽວ, ​ລັກ​ສະ​ນະ​ຍືນ​ຍົງ​ຂອງ​ການ​ທ່ອງ​ທ່ຽວ. ຕາມ​ໝາກຜົນຂອງ TTDI 2026, ຫວຽດນາມ ມີ 7 ​ໃນ​ຈຳ​ນວນ 17 ​ດັດ​ຊະ​ນີ​ເສົ້າ​ຄ້ຳ ນອນ​ໃນ​ກຸ່ມ 35 ພື້ນ​ຖານ​ເສດ​ຖະ​ກິດ​ນຳ​ໜ້າ​ໂລກ. ​ໃນ​ນັ້ນ, ຫວຽດນາມ ບັນ​ລຸ​ບັນ​ດາອັນດັບສູງໃນ​ດັດ​ຊະ​ນີ, ຄື: ​ກຳ​ລັງ​ແກ່ງ​ແຍ້ງ​ດ້ານ​ລາ​ຄາ; ຄວາມປອດໄພ, ຄວາມໝັ້ນຄົງ; ແຫຼ່ງຊັບພະຍາກອນວັດທະນະທຳ; ຊັບພະຍາກອນທຳມະຊາດ; ​ລະ​ດັບຍືນຍົງຂອງຄວາມຕ້ອງ​ດ້ານການທ່ອງທ່ຽວ; ຊັບພະຍາກອນທີ່ບໍ່​ເປັນການ​ບັນ​ເທິງ ແລະ ພື້ນຖານໂຄງລ່າງການຂົນສົ່ງທາງອາກາດ.